ເທດສະການ ວັນເຣຊວານ (#12862)

ບົດອະທິຖານສໍາລັບສວດໃນວັນສະຫລອງ
 


ຂໍຄວາມສັນລະເສີນ ຈ່ົງມີແດ່ພຣະອົງ ຂ້າແດ່ພຣະຜູ້ ເປັນນາຍ ພຣະຜູ້ເປັນເຈົ້າຂອງຂ້າພະອົງ! ຂ້າພະອົງຂໍວິງ ວອນ ຕໍ່ສັນຍາລັກຂອງພຣະອົງ ທີ່ຫ້ອມລ້ອມສັບພະສິ່ງທັງ ປວງ ຕໍ່ອາພາແຫ່ງພຣະພັກຂອງພຣະອົງ ທີ່ສາດແສງທັມ ໃຫ້ແກ່ທຸກຄົນ ທີ່ຢູ່ໃນສະຫວັນ ແລະ ບົນໂລກ ຕໍ່ຄວາມປານີ ຂອງພຣະອົງ ທີ່ລໍ້າເລີດກວ່າທຸກສັບພະສິ່ງ ຕໍ່ກະລຸນາທິຄຸນ ຂອງພຣະອົງ ທີ່ຊຶມຊາບໄປທົ່ວຈັກກະວານ ຂໍຊົງເປີດມ່ານ ກໍາບັງ ທີ່ປິດກັ້ນຂ້າພະອົງ ຈາກພຣະອົງ ເພື່ອວ່າຂ້າພະອົງ ຈະໄດ້ຮີບໄປຍັງແຫ່ລງກໍາເນີດ ແຫ່ງແຮງບັນດານໃຈອັນຍິ່ງ ໃຫຍ່ຂອງພຣະອົງ ໄປຍັງອະລຸໂນໄທ ແຫ່ງການເປີດເຜີຍ ພຣະທັມ ແລະ ກະລຸນາທິຄຸນຂອງພຣະອົງ ແລະຈະໄດ້ດໍາ ດິ່ງລົງສູ່ມະຫາສະໝຸດ  ແຫ່ງຄວາມໃກ້ຊິດ ແລະຄວາມຍິນ ດີຂອງພຣະອົງ.

ຂ້າແດ່ພຣະຜູ້ເປັນນາຍ ຂອງຂ້າພະອົງ ຂໍຊົງຢ່າໃຫ້ຂ້າ ພະອົງສິ້ນໂອກາດ ທີ່ຮູ້ຈັກພຣະອົງໃນຍຸກນີ້ ຂໍຊົງຢ່າປົດ ເສື້ອຄຸມ ແຫ່ງການນໍາທາງຂອງພຣະອົງ ອອກຈາກຂ້າພະອົງ ຂໍຊົງໃຫ້ຂ້າພະອົງ ໄດ້ດື່ມນໍ້າແຫ່ງຊີວິດ ຊຶ່ງມີສາຍທາລາ ຫລັ່ງມາຈາກສະຫວັນ (ເຣຊວານ) ອັນເປັນທີ່ຕັ້ງຂອງບັນລັງ ຂອງພຣະນາມຂອງພຣະອົງ ພຣະຜູ້ຊົງປານີ ເພື່ອວ່າດວງຕາ ຂອງຂ້າພະອົງຈະເປີດອອກ ໃບໜ້າຂອງຂ້າພະອົງ ຈະໄດ້ ຮັບແສງທັມ ຫົວໃຈຂອງຂ້າພະອົງຈະໄດ້ນິ້ງນອນໃຈວິນ ຍານຂອງຂ້າພະອົງຈະໄດ້ຮູ້ແຈ້ງ ແລະ ເທົ້າຂອງຂ້າພະອົງ ຈະ ໄດ້ກ້າວໝັ້ນ.

ພຣະອົງຄື ພຣະຜູ້ຊົງຍິ່ງໃຫຍ່ເໜືອສັບພະສິ່ງ ຕັ້ງແຕ່ນິ ລັນດອນການ ດ້ວຍອານຸພາບ ແຫ່ງອໍານາດຂອງພຣະອົງ ແລະ ສາມາດບັນດານຄວາມເປັນໄປ ຂອງທຸກສັບພະສິ່ງ ດ້ວຍປະຕິບັດການ ຂອງພຣະປະສົງຂອງພຣະອົງ ບໍ່ມີສິ່ງ ໃດໃນສະຫວັນ ຫຼື ບົນໂລກ ທີ່ຢຸດຢັ້ງພຣະປະສົງຂອງພຣະ ອົງໄດ້ ຂ້າແດ່ພຣະຜູ້ເປັນນາຍ ຂອງຂ້າພະອົງ ຂໍການບໍລິ ບານທີ່ກະລຸນາ ແລະ ຄວາມເອື້ອເຟື້ອຂອງພຣະອົງ ຊົງປານີ ຕໍ່ຂ້າພະອົງ ຂໍຊົງໂນ້ມໜ່ຽວຂ້າພະອົງ ໃຫ້ງ່ຽງຫູຟັງທໍານອງ ອັນແສນຫວານຂອງວິຫົກ ທີ່ຮ້ອງເພງສັນລະເສີນພຣະອົງ ໃນພຸ່ມໄມ້ຂອງພຶກສາ  ແຫ່ງຄວາມເປັນໜຶ່ງຂອງພຣະອົງ.

ພຣະອົງຄື ພຣະຜູ້ໃຫ້-ຜູ້ຍິ່ງໃຫຍ່ ພຣະຜູ້ຊົງອະໄພສະ ເໝີ   ພຣະຜູ້ຊົງເຫັນໃຈ.

-Bahá'u'lláh
-----------------------

